ສັງຄົມແຫ່ງການແບ່ງປັນ ແລະ ມິດຕະພາບທີ່ດີຕະຫຼອດໄປ

Members Login
Username 
 
Password 
    Remember Me  
Post Info TOPIC: i-mobile STAR CHALLENGE 2007


ນາຍພັນເອກ

Status: Offline
Posts: 203
Date: 17:49 Jul 19, 2009
i-mobile STAR CHALLENGE 2007
Permalink  
 


ໄອ-ໂມບາຍ ເປິດໂຄງການ "i-mobile STAR CHALLENGE 2007"
ເວທີຄວ້າຝັນຂອງຫນຸ່ມສາວລາວ

who-award.jpg

ໂສມໜ້າຜູ້ເຂົ້າປະກວດທັງໝົດ 20 ຄົນ
ພາບການປະກວດຮອບ 20 ຄົນສຸດທ້າຍເພື່ອຄັດເອົາ 12 ຄົນ (Semi Final Round) 28/04/2007
ພາບການປະກວດຮອບ ຊິງຊະນະເລີດ ທີ່ສູນການຄ້າ ລາວ-ໄອເຕັກ 20/05/2007new_len.gif

ບໍລິສັດ ສາມາດ ໄອ-ໂມບາຍ ຈຳກັດ, ຮ່ວມກັບ ທ່ານ ສະຍາມ ຣາມສູດ ເຊິ່ງເປັນປະທານກຳມະການຝ່າຍບໍລິຫານ ຂອງບໍລິສັດ ສະຍາມ ອິນເຕີຣ໌ເນຊັນແນລ ຈຳກັດ, ໄດ້ເປີດໂຄງການ "i-mobile Star Challenge 2007" ເວທີຄວ້າຝັນສູ່ດວງດາວຂອງຫນຸ່ມສາວຮູ້ນໃຫມ່ ຢູ່ທີ່ ຮ້ານ i-mobile by Samart, ນະຄອນຫລວງວຽງຈັນ ສປປ ລາວ ໂດຍມີທ່ານ ໄຊສະຫວາດ ສິງນາມວົງ ຫົວຫນ້າກົມສິລປະກຳ ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ໃຫ້ກຽດມາເປັນປະທານໃນການເປີດໂຄງການ

ເພື່ອໃຫ້ເຍົາວະຊົນຫນຸ່ມສາວ ໃນ ສປປ ລາວ ໄດ້ສະແດງອອກເຖິງຄວາມສາມາດທີ່ຖືກຕ້ອງ, ການໃຊ້ໄຫວພິບ ຄວາມຄິດສ້າງສັນ ແລະ ການພັດທະນາບຸກຄະລິກພາບທີ່ດີ ໂດຍເປີດໂອກາດໃຫ້ເຍົາວະຊົນໄດ້ກ້າວໄປສູ່ການເປັນ ນາຍແບບ, ນາງແບບ, ນັກສະແດງ ແລະ ນັກຮ້ອງມືອາຊີບໃນອະນາຄົດ

ໂຄງການດັ່ງກ່າວແມ່ນໄດ້ຮັບການຕອບຮັບທີ່ດີຈາກຜູ້ເຂົ້າສະຫມັກເຖິງ 400 ຄົນ ແລະ ໄດ້ຄັດເລືອກຜູ້ທີ່ມີຄວາມສາມາດຜ່ານເຂົ້າຮອບເປັນທັງຫມົດ 20 ຄົນ, ເພື່ອເຂົ້າຮ່ວມກິດຈະກຳກັບ ໄອ-ໂມບາຍ ເຊັ່ນ: ໄດ້ຝຶກການເຕັ້ນ, ການຮ້ອງເພງ, ຝຶກທັກສະການສະແດງອອກ, ການພັດທະນາບຸກຄະລິກ ຈາກຄູຝຶກສອນອອກແບບທ່າເຕັ້ນ ແລະ ຄູສອນຮ້ອງເພງ ຊື່ດັງຈາກ ບໍລິສັດ ຈີເອ໊ມເອ໊ມ ແກຣມມ

ນອກຈາກນີ້ ໄອ-ໂມບາຍ ຍັງມອບໂທລະສັບມືຖືຮຸ້ນ i-mobile Music Capsule 310 ໃຫ້ກັບຜູ້ທີ່ເຂົ້າຮອບ 20 ຄົນ ສຸດທ້າຍ ເພື່ອໃຊ້ໃນກິດຈະກຳລະຫວ່າງການປະກວດ

ຮອບຊິງຊະນະເລີດ
ຮອບຊິງຊະນະເລີດ ໄດ້ຈັດຂື້ນໃນວັນທີ 20 ພຶດສະພາ 2007 ໂດຍຈະມີການຖ່າຍທອດສົດຜ່ານທາງໂທລະພາບລາວ ພ້ອມຊົມຄອນເສີດຈາກ The Cells  ແລະ ໂດມ ປະກອນລຳ ຈາກວົງໂນໂລໂກ້ ທີ່ ສູນການຄ້າລາວ-ໄອເຕັກ, ການປະກວດທັງ 2 ຮອບ ລູກຄ້າໄອ-ໂມບາຍ ຈະໄດ້ຮັບບັດຟຣີ ເພື່ອເຂົ້າຊົມຄອນເສີດ ແລະ ມີສິດລຸ້ນຖ່າຍຮູບໃກ້ກັບສິລປິນທີ່ມາຮ່ວມງານແບບພິເສດໆ, ສະນັ້ນ ລາຍລະອຽດຕ່າງໆ ທ່ານສາມາດຕິດຕໍ່ໄດ້ທີ່ຮ້ານ i-mobile by samart ທຸກສາຂາ ທັງ 12 ແຂວງ

ນອກຈາກນີ້ຜູ້ຊະນະເລີດຈາກການປະກວດ ຈະໄດ້ຮ່ວມງານກັບໄອ-ໂມບາຍ ເພື່ອເປັນນາຍແບບ ແລະ ນາງແບບ ໃຫ້ກັບໂທລະສັບມືຖືໄອ-ໂມບາຍ ໃນ ສປປ ລາວ ແລະ ຮ່ວມງານກັບໄອ-ໂມບາຍປະເທດໄທອີກດ້ວຍ

ຜົນການຕັດສິນໃຫ້ຄະແນນຈາກຄະນະກຳມະການ ແລະ ຈາກແຮງໃຈເຊຍຂອງຜູ້ເຂົ້າຊົມ ປະກົດວ່າຜູ້ທີ່ໄດ້ຮັບລາງວັນຊະນະເລີດ ແມ່ນ:

pic0001.jpg
ທ້າວ ວິທະຍາ ໂພທິສານ (No. im10)
pic0002.jpgpic0003.jpg
ຮອງອັນດັບ 1 ນ. ເມລະອອງ (No. im17)ທ. ອິນທະນູໄຊ ອັກຄະຣາຊ (No. im11)

ທ້າວ ວິທະຍາ ໂພທິສານ (No. im10) ໄດ້ຮັບລາງວັນເງິນ 30 ລ້ານກີບ ແລະ ໂທລະສັບ 1 ໜ່ວຍ

ຮອງອັນດັບ 1 ນ. ເມລະອອງ (No. im17) ໄດ້ຮັບເງິນ 10 ລ້ານກີບ ແລະ ໂທລະສັບ 1 ໜ່ວຍ

ຮອງອັນດັບ 2 ທ. ອິນທະນູໄຊ ອັກຄະຣາຊ (No. im11) ໄດ້ຮັບເງິນ 5 ລ້ານກີບ ແລະ ໂທລະສັບ 1 ໜ່ວຍ

pic0004.jpg
ນ. ເພັດດາວັນ ດວງວິໄລແກ້ວ (No. im15)

ຮອງອັນດັບ 3 ນ. ເພັດດາວັນ ດວງວິໄລແກ້ວ (No. im15) ໄດ້ 2 ລາງວັນ. 1./ ຂັວນໃຈສື່ມວນຊົນ ໄດ້ເງິນ 8 ແສນກີບ ໂທລະສັບ 1 ໜ່ວຍ. 2/. ຮອງອັນດັບ 3 ໄດ້ເງິນ 3 ລ້ານກີບ ແລະ ໂທລະສັບ 1 ໜ່ວຍ

* ພິເສດຍັງມີລາງວັນຊົມເຊີຍ 2 ລາງວັນ

1. ນ. ຢາດມະນີ ສີວິໄຊ (No. im8) ໄດ້ເງິນ 1 ລ້ານກີບ ໂທລະສັບ 1 ໜ່ວຍ

2. ທ. ອິນທະນົງສັກ (No. im16) ໄດ້ເງິນ 1 ລ້ານກີບ ໂທລະສັບ 1 ໜ່ວຍ

1_1.jpg1-2.jpg
ນ. ຢາດມະນີ ສີວິໄຊ (No. im8)                  ທ. ອິນທະນົງສັກ (No. im16)

ໄອ-ໂມບາຍ ຫວັງວ່າຜູ້ທີ່ໄດ້ຮັບຕຳແຫນ່ງຈາກການປະກວດຈະສາມາດເປັນຕົວ ຢ່າງທີ່ດີໃຫ້ແກ່ ເຍົາວະຊົນໃນການສະແດງອອກ ໂດຍໄອ-ໂມບາຍ ເນັ້ນເຖິງການ ສະຫນັບສະຫນູນ ກິດຈະກຳດີໆເພື່ອເປັນທາງເລືອກຫນື່ງໃຫ້ກັບເຍົາວະຊົນລຸ້ນໃຫມ່ ໃນການພັດທະນາ ຕົນເອງ ໃຫ້ເປັນບຸກຄົນທີ່ມີຄຸນນະພາບຂອງສັງຄົມສືບຕໍ່ໄປ.



__________________
ຫາເງີນເລັກໆນ້ອຍໆໃນການອັບໂຫລດ ສະມັກເລີຍ ຄິກດ້ານລຸ່ມ

728x90new.gif

ປ່ຽນ Link ໃຫ້ເປັນເງິນ ສະມັກເລີຍ ຄິກດ້ານລຸ່ມ

728_90link_bucks2.gif

ແນະນຳ 2 ບ່ອນນີ້
ມີປັນຫາປຶກສາໄດ້ 
lay_mic@hotmail.com

ภาพเคลื่อนไหว
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard