ສັງຄົມແຫ່ງການແບ່ງປັນ ແລະ ມິດຕະພາບທີ່ດີຕະຫຼອດໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວ ອາດກ້າວສູ່ເວທີສາກົນໃນການປະກວດສາວງາມ


ນາຍພັນເອກ

Status: Offline
Posts: 203
Date: 17:48 Jul 19, 2009
ລາວ ອາດກ້າວສູ່ເວທີສາກົນໃນການປະກວດສາວງາມ
Permalink  
 


ງາມດ້ວຍກິຣິຍາ ແລະ ວາດຊົງອັນອ່ອນຫວານໜ່ວຍງານທີ່ຮັບຜິດຊອບກຳລັງຢູ່ໃນຂັ້ນຕອນການກຽມສົ່ງສາວລາວ ໄປຮ່ວມການປະກວດຄວາມສວຍຄວາມງາມ ໃນລະດັບໂລກ ຂ່າວນີ້ຄົງຈະສ້າງຄວາມຍິນດີ ແລະ ໂດດເດັ່ນ ໃນວົງການບັນເທິງຂອງລາວທ່ານນາງ ສຸດາລາ ຈັນຖາທິວົງ ຮອງຫົວໜ້າພະແນກວັດທະນະທຳ ແລະ ສື່ ຂອງສະຫະພັນແມ່ຍິງລາວ ໄດ້ກ່າວ ເຖິງເລື່ອງນີ້ລະຫວ່າງຖະແຫລງຂ່າວ ໃນງານການຈັດການປະກວດນາງສາວອາພອນລາວ 2007 (Miss Apone Laos 2007)ເມື່ອວັນທີ 24 ກໍລະກົດເຖິງຄວາມຝັນທີ່ສາວລາວຈະໄດ້ໄປອວດໂສມ ແລະ ສະແດງຄວາມສາມາດເທິງເວທີນາໆຊາດ ອາດຈະເປັນຈິງໄດ້ ພຽງແຕ່ຕ້ອງລໍຖ້າອີກຈັກໜ່ອຍ ດຽວນີ້ກຳລັງຢູ່ໃນລະຫວ່າງການຄັດເລືອກສາວງາມລະດັບຊາດ ສະນັ້ນຈຶ່ງຢາກໃຫ້ມີ ຄວາມພ້ອມຢູ່ໃນບ້ານກ່ອນ ແລ້ວຄ່ອຍອອກໄປປະຊັນໂຊຄວາມສາມາດໃນຕ່າງແດນການປະກວດນາງສາວອາພອນລາວປີນີ້ ແມ່ນຈັດໂດຍສະຫະພັນແມ່ຍິງລາວຮ່ວມກັບບໍລິສັດເບຍລາວ ເປັນຫລັກ ແລະ ບໍລິສັດອື່ນໆ ອີກການປະກວດນາງສາວອາພອນ "ເປັນອີກທາງໜື່ງທີ່ຈະຊ່ວຍເຜີຍແຜ່ວັດທະນະທຳລາວອອກສູ່ພາຍນອກ ແລະ ສົ່ງເສີມວັດທະນະທຳອັນລ້ຳຄ່າໃຫ້ໄດ້ຫລາຍທີ່ສຸດເທົ່າທີ່ຈະເປັນໄປໄດ້"ງາມເດ້ ງາມວາດຍິ້ມ ຮູບຊົງກິຣິຍາ ງາມທັງວາຈາ ກ່າວຕ້ານຂານໄຂທາງຜູ້ໃຫຍ່ຊ່ວຍຊູ ຜັກດັນຫັນສູ່ເວທີນອກ ໃຫ້ລາວໄດ້ເອກອ້າງ ຄຸນຄ່າລ້ຳວັດທະນະທຳ ແທ້ແລ້ວ!"ພວກເຮົາຫວັງວ່າວັນໜື່ງຂ້າງໜ້າຄວາມໃຝ່ຝັນຂອງຍິງລາວຈະເປັນຈິງ ຖ້າຫາກໄດ້ຮັບການສະໜັບສະໜູນຈາກ ສັງຄົມ ຢ່າງໃດກໍ່ຕາມສາວງາມທຸກໆຄົນຕ້ອງມີຄວາມເຊື່ອໝັ້ນ ພຽບພ້ອມດ້ວຍຄວາມຮູ້ ຄວາມສາມາດໃນການສະແດງ ອອກ ທັງໝົດນີ້ຕ້ອງມາກ່ອນ ກ່ອນທີ່ເຮົາຈະໄປສູ່ຄວາມສຳເລັດໄດ້" ຈາກຄຳກ່າວຂອງທ່ານນາງ ສຸດາລາຫລາຍພາກສ່ວນໃຫ້ຄວາມເຫັນດ້ວຍກັນວ່າ ການຈັດປະກວດນາງສາວອາພອນລາວ ແມ່ນມີຄວາມສຳຄັນຕໍ່ການ ພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ ໂດຍສະເພາະຢ່າງຍິ່ງໃນອຸດສາຫະກຳບັນເທິງ ແຟຊັນ ເຄື່ອງແຕ່ງກາຍ ແລະ ຍັງເປັນການເຜີຍແຜ່ຊື່ສຽງຂອງປະເທດໃນຕ່າງແດນອີກດ້ວຍການຄັດເລືອກມິສອາພອນລາວຮອບທີ 2 ຈັດຂື້ນໃນຕົ້ນເດືອນ ກໍລະກົດ ທີ່ຜ່ານມາ ຈາກສາວງາມທີ່ເຂົ້າສະໝັກ ຈຳນວນ 350 ຄົນ, ຄັດລົງເຫລືອ 50 ຄົນ.ການຄັດເລືອກຈັດຂື້ນໃນ 4 ຈຸດທົ່ວປະເທດຄື: ນະຄອນຫລວງວຽງຈັນ, ຫລວງພະບາງ, ສະຫວັດນະເຂດ ແລະ ຈຳປາສັກ ເພື່ອເຟັ້ນຫາສາວງາມໄປສູ່ການປະກວດໃນຮອບຮອງສຸດທ້າຍຕໍ່ໄປລາວເຮົາບໍ່ເຄີຍແລ້ງສາວງາມ ການປະກວດປະຊັນຄວາມຮູ້ຄວາມສາມາດໃນປີນີ້ອາດຈະມິດງຽບໄປແນ່ ບໍ່ຄຶກຄື້ນ ຄືກັບປີທີ່ຜ່ານມາ ເພາະເຈົ້າຂອງເຄື່ອງສຳອາງ ເຄື່ອງດື່ມ ຈະຈັດປະກວດຂວັນໃຈຕ່າງໆ ປີເວັ້ນປີຢ່າງໃດກໍ່ຕາມການເຟັ້ນຫາສາວງາມຍັງປະຕິບັດກັນໃນແວດວົງຂອງບໍລິສັດ ຫ້າງຮ້ານ ເພື່ອສັນຫາຍິງສາວທີ່ຕ້ອງ ການຂື້ນນຳສະເໜີຜະລິດຕະພັນເທິງແຜ່ນປະຕິທິນ ທີ່ເຮັດກັນທຸກປີ ແລະ ມີການແຂ່ງຂັນກັນ ເຊັ່ນ: ບໍລິສັດ ເບຍລາວ, ບໍລິສັດຊີມັງລາວ, ບໍລິສັດ ໂທລະຄົມມະນາຄົມ ແລະ ອື່ນໆຈັນດາລີ ສິດພະໄຊ Miss Lux 2004ທັງງາມທັງເກັ່ງ ກຳລັງຮຽນຊັ້ນປີທີ 3 ຄະນະແພດສາດ ມະຫາວິທະຍາໄລຊຽງໄຮ້ "ປູເປ້" ສາວຜົມງາມ Miss Sunsilk 2006 ສຸພາບຮຽບຮ້ອຍ ຍິ້ມນ້ອງມີສະເໜ່ນາງ ຈັນດາລີ ສາວໜ້າໃສຖ່າຍຮູບຮ່ວມກັບໝູ່ເພື່ອນນັກສຶກສາແພດ ຕອນໄປທັດສະນະສຶກສາເມືອງນານຈິງ ເດືອນ ມີນາ ປີນີ້ການປະກວດຄວາມສວຍຄວາມງາມບໍ່ແມ່ນເລື່ອງແປກ ແມ່ຍິງລາວຂື້ນຊື່ວ່າໃນເລື່ອງຄວາມງາມ ແລະ ສຸພາບ ໂດຍມີພາບລາວທີ່ຫນ້າປະທັບໃຈຄື: ສຸພາບອ່ອນຫວານ ງາມພຽບພ້ອມ ຮັກນວນສະຫງວນຕົວ ນຸ່ງຖືແບບສຸພາບຮຽບຮ້ອຍແຕ່ໃນອະນາຄົດຂ້າງໜ້າຄວາມຝັນຂອງສາວລາວຈະເປັນຈິງຫລືບໍ່? ແມ່ນຂື້ນກັບ ທຸກພາກສ່ວນສະໜັບສະໜູນຜັກດັນໃຫ້ພວກນາງກ້າວສູ່ເວທີສາກົນໄດ້ ລອງເບິ່ງວ່າຄົນລາວຈະກ້າວເປັນໜື່ງໄດ້ຫລືບໍ່ ໃນເວທີລະດັບໂລກ ກະຊ່ວຍເປັນກຳລັງໃຈກະແລ້ວກັນ ກັບຜົນງານອັນໂລດເດັ່ນໃນແວດວົງບັນເທິງຂອງລາວເຮົາ ເພື່ອສ້າງປະຫວັດສາດໜ້າໃຫມ່...

__________________
ຫາເງີນເລັກໆນ້ອຍໆໃນການອັບໂຫລດ ສະມັກເລີຍ ຄິກດ້ານລຸ່ມ

728x90new.gif

ປ່ຽນ Link ໃຫ້ເປັນເງິນ ສະມັກເລີຍ ຄິກດ້ານລຸ່ມ

728_90link_bucks2.gif

ແນະນຳ 2 ບ່ອນນີ້
ມີປັນຫາປຶກສາໄດ້ 
lay_mic@hotmail.com

ภาพเคลื่อนไหว
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard