ສັງຄົມແຫ່ງການແບ່ງປັນ ແລະ ມິດຕະພາບທີ່ດີຕະຫຼອດໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ຊ໊ອກ ໄມເຄິລ ແຈ໊ຄສັນຫົວໃຈວາຍ ເສຍຊີວິດແລ້ວ


ນາຍພັນເອກ

Status: Offline
Posts: 203
Date: 17:39 Jul 19, 2009
ຊ໊ອກ ໄມເຄິລ ແຈ໊ຄສັນຫົວໃຈວາຍ ເສຍຊີວິດແລ້ວ
Permalink  
 


50y_jactson.jpg
ໄມເຄິລ ແຈ໊ຄສັນ 1958-2009
ໄມເຄິລ ແຈ໊ຄສັນ, ນັກຮ້ອງຊື່ດັງເຈົ້າຂອງສາຍາ: ຣາຊາເພງປ໊ອປ ໄດ້ເສຍຊີວິດແລ້ວ ຫຼັງຈາກຖືກສົ່ງຕົວເຂົ້າຫ້ອງສຸກເສີນ ທີ່ໂຮງໝໍ ເມື່ອໄດ້ຮັບການລາຍງານວ່າເຂົາຫົວໃຈວາຍທີ່ບ້ານພັກຂອງຕົນເອງ ເມື່ອບ່າຍ ຂອງວັນພະຫັດ ທີ 25 ມິຖຸນາ 2009

ໄມເຄິລ ແຈ໊ຄສັນ ນັກຮ້ອງຊື່ດັງຂອງວົງການດົນຕີໂລກ ໄດ້ເສຍຊີວິດແລ້ວ ດ້ວຍອາຍຸ 50 ປີ ທີ່ລອສ ແອງເຈລິສ ເມື່ອຕອນບ່າຍຂອງວັນພະຫັດທີ່ຜ່ານມາ ຈາກການເປິດເຜຍຂອງ TMZ ແລະ ໜັງສືພິມ latimes.com

ໄມເຄິລ ເກີດອາການຫົວໃຈວາຍໃນຕອນບ່າຍຂອງວານນີ້ ທີ່ບ້ານພັກຂອງເຂົາທີ່ ຊຶ່ງມີທີມແພດໝໍແຕ່ບໍ່ສາມາດຊ່ວຍຊີວິດຂອງເຂົາເອົາໄວ້ໄດ້ ຊຶ່ງຕອນທີ່ທິມແພດໝໍໄປເຖິງບ່ອນເກີດເຫດ Holmby Hillsໄມເຄິລກໍ່ສິ້ນລົມຫາຍໃຈໄປແລ້ວ ແຕ່ທິມແພດໝໍກໍ່ບໍ່ສາມາດນຳລົມຫາຍໃຈຂອງເຂົາກັບຄືນມາໄດ້

ແຫຼ່ງຂ່າວເປິດເຜີຍວ່າ: ໄມເຄິລເສຍຊີວິດຕັ້ງແຕ່ຖືກນຳສົ່ງຕົວມາຮອດທີ່ໂຮງໝໍ ເຊິ່ງທາງທີມແພດໝໍໂຣກຫົວໃຈທີ່ໂຮງໝໍ ເຜີຍສາເຫດການເສີຍຊີວິດມາຈາກຫົວໃຈວາຍ

ເຖິງແມ່ນວ່າທີມແພດທີ່ໂຮງໝໍຈະພະຍາຍາມຍື້ຊີວິດຂອງໄມເຄິລກັບມາເປັນຄັ້ງທີສອງ ແຕ່ກໍ່ບໍ່ປະສົບຄວາມສຳເລັດອີກໄດ້

 

ລາໂທຍາ ເອື້ອຍຂອງໄມເຄິລໄດ້ແລ່ນຮ້ອງໄຫ້ເຂົ້າໄປໃນໂຮງໝໍ ເມື່ອຮູ້ວ່ານ້ອງຊາຍຄົນດັງຂອງຕົນໄດ້ເສຍຊີວິດແລ້ວ

ໄມເຄິລມີທາຍາດໄວ້ເບິ່ງຕ່າງໜ້າ 3 ຄົນ ຄື: ໄມເຄິລ ໂຈເຊຟ ແຈ໊ກສັນ,​ປາຮິສ ໄມເຄິລ ແຄເທີຣີນ ແຈ໊ຄສັນ ແລະ ພຣິນ ໄມເຄິລ ແຈ໊ຄສັນ ທີ່ສອງ

ທາງດ້ານ ໄມເຄິລ ເລວິນ ອະດິດປະຊາສຳພັນຂອງໄມເຄິລອອກຖະແຫຼງການລ່າສຸດມາວ່າເຂົາບໍ່ຮູ້ສຶກແປກໃຈເລີຍ ວ່າຂ່າວໂສກເສົ້າຂອງວົງການເພງຄັ້ງນີ້ຈະມາເຖິງໄວກວ່າທີ່ຫຼາຍໆ ຄົນຄາດເດົາ

ໃນຖານະຄົນທີ່ເຮັດໜ້າເປັນປະຊາສຳພັນໃຫ້ກັບໄມເຄິລ ແຈ໊ຄສັນມາຕັ້ງແຕ່ຄະດີລະເມິດທາງເພດເຍົາວະຊົນຄັ້ງທີ່ໜື່ງ ຕົນຂໍເປິດໃຈວ່າ: ຕົນບໍ່ປະຫຼາດໃຈຕໍ່ການຈາກໄປໃນວັນນີ້ເລີຍ

ໄມເຄິລຕ້ອງພົບກັບບັນຫາຍາກລຳບາກທີ່ເກີນກວ່າໃຜຈະເຊື່ອ ແລະ ພາຕົວເອງເຂົ້າສູ່ເສັ້ນທາງທຳລາຍຕົວເອງ ມາເປັນປີໆ ຄວາມສາມາດຂອງເຂົາໄຮ້ຂໍສົງໄສ ແຕ່ມັນກໍ່ແລກມາດ້ວຍຄວາມແປກແຍກຂອງເຂົາຈາກວິຖີຂອງຊາວ ໂລກທົ່ວໄປ.

ຄົນທຳມະດາບໍ່ສາມາດທົນຮັບຕໍ່ລະດັບຄວາມເຄັ່ງຄຽດທີ່ຍາວນານແບບນີ້ໄດ້.

jackson_hospital.jpg
ພາບເຫດການຕອນທີ່ຮ່າງໄຮ້ວິນຍານຂອງເຂົາຖືກສົ່ງຕົວມາທີ່ໂຮງໝໍ UCLA
blank.gif


sister_latoya_mom.jpg
ນາງ ລາໂທຍາ ເອື້ອຍ ແລະ ແມ່ ຂອງ ໄມເຄິລ ມາຮອດທີ່ໂຮງໝໍ
blank.gif


fancub_jactson.jpg
ແຟນໆ ຄັບທີ່ໜ້າໂຮງໝໍ

50y_jactson2.jpg
king of pop
blank.gif


king_pop.jpg
king of pop


__________________
ຫາເງີນເລັກໆນ້ອຍໆໃນການອັບໂຫລດ ສະມັກເລີຍ ຄິກດ້ານລຸ່ມ

728x90new.gif

ປ່ຽນ Link ໃຫ້ເປັນເງິນ ສະມັກເລີຍ ຄິກດ້ານລຸ່ມ

728_90link_bucks2.gif

ແນະນຳ 2 ບ່ອນນີ້
ມີປັນຫາປຶກສາໄດ້ 
lay_mic@hotmail.com

ภาพเคลื่อนไหว
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard